ອົງປະກອບຂອງໂຄງການ

ການສະໜັບສະໜູນວຽກງານ REDD+ ໃນລະດັບຊາດ

ພາຍໃຕ້ ອົງປະກອບ ການສະໜັບສະໜູນ ວຽກງານ REDD+ ແຫ່ງຊາດ, ໂຄງການເລັງໃສ່ ສະໜັບສະໜູນ ສປປລາວ ເພື່ອໃຫ້ສໍາເລັດ ໄລຍະກຽມຄວາມພ້ອມ REDD+. ໜຶ່ງໃນຈໍານວນເປົ້າໝາຍຕົ້ນຕໍ ຂອງ ໂຄງການ  CliPAD ແມ່ນການເຮັດໃຫ້ ພະແນກ REDD+ ຢູ່ຂັ້ນສູນກາງ ແລະ ຫົກໜ່ວຍງານສະເພາະດ້ານ ທີ່ຢູ່ພາຍໃຕ້ ຄະນະຊີ້ນໍາ REDD+ ແຫ່ງຊາດ ສາມາດ ສ້າງເອກະສານ ແຜນງານຫຼຸດຜ່ອນການປ່ອຍອາຍພິດ (ER-PD) ເພື່ອທີ່ຈະເຂົ້າເຖີງ ກອງທຶນກາກບອນ ຂອງ ແຜນງານຄູ່ຮ່ວມກາກບອນປ່າໄມ້ (FCPF).
ອີກດ້ານໜື່ງຕົ້ນຕໍ ແມ່ນ ການສ້າງ ຍຸດທະສາດ REDD+ ແຫ່ງຊາດ ທີ່ສອດຄ່ອງກັບ ກອບສົນທິສັນຍາຂອງສະຫະປະຊາຊາດ ວ່າດ້ວຍການປ່ຽນແປງດິນຟ້າອາກາດ (UNFCCC) ແລະ ມາດຕະຖານສາກົນອື່ນໆ ເພື່ອທີ່ຈະໃຫ້ໄດ້ຕາມ ຄວາມຕ້ອງການ ສໍາລັບການຈ່າຍເງິນທີ່ອິງຕາມຜົນງານ. ໂຄງການ ສ້າງຄວາມເຂັ້ມແຂງ ແກ່ ຄະນະຊີ້ນນໍາ REDD+ ແລະ ຫົກໜ່ວຍງານສະເພາະດ້ານ ໃນການກະກຽມ ດ້ານທີ່ສໍາຄັນ/ດ້ານການຈັດຕັ້ງ (ລວມມີ ກອບນິຕິກໍາ, ການປົກປ້ອງ, ການແບ່ງປັນຜົນປະໂຫຍດ ແລະ ການຕິດຕາມ ແລະ ການລາຍງານ) ຂອງຍຸດທະສາດ ແລະ ແຜນງານຫຼຸດຜອນການປ່ອຍອາຍພິດ ພາຍໃຕ້ ກອງທຶນກາກບອນ ຂອງ FCPF ສໍາລັບ ການຈັດຕັ້ງປະຕິບັດ REDD+ ທີ່ປະສົບຜົນສໍາເລັດ ໂດຍການຮ່ວມມືກັນຢ່າງໃກ້ຊິດ ກັບ ຄູ່ຮ່ວມພັດທະນາອື່ນໆ ເຊັ່ນ ທະນາຄານໂລກ, JICA ແລະ FAO.

ແຜນປະຕິບັດງານ REDD ຂັ້ນແຂວງ (PRAP)

ລັດຖະບານລາວ ໄດ້ຍື່ນ ເອກະສານອະທິບາຍແນວຄວາມຄິດ ແຜນງານຫຼຸດຜ່ອນການປ່ອຍອາຍພິດ (ER-PIN) ໃນປີ 2015 ແລະ ໃນປີ 2016 ປະເທດໄດ້ຖືກຕອບຮັບ ຢ່າງເປັນທາງການ ເຂົ້າຢູ່ໃນແຜນຂອງກອງທຶນກາກບອນ. ລັດຖະບານລາວ ຈະຕ້ອງ ສ້າງລາຍລະອຽດ ເອກະສານແຜນງານຫຼຸດຜ່ອນການປ່ອຍອາຍພິດ (ER-PD) ທີ່ຈະຕ້ອງຖືກຍື່ນ ໄປຫາກອງທຶນກາກບອນ ຂອງ FCPF ກ່ອນ ເດືອນມັງກອນ 2018. ຖ້າວ່າ ເອກະສານແຜນງານ ຫຼຸດຜ່ອນການປ່ອຍອາຍພິດ ກໍາລັງຖືກຕອບຮັບ, ປະເທດ ອາດຈະມີເງື່ອນໃຂ ຕໍ່ການຈ່າຍເງິນທີ່ອິງຕາມຜົນງານ ສໍາລັບ ກິດຈະກໍາ REDD+ ທີ່ມີເງື່ອນໃຂ ທີ່ຖືກເລືອກ.
ຫົກແຂວງພາກເໜືອ ຂອງປະເທດ ໄດ້ຖືກເລືອກ ພາຍໃນກອບ ຂອງ ER-PD ຄື: ບໍ່ແກ້ວ, ຫົວພັນ, ຫຼວງນໍ້າທາ, ຫຼວງພະບາງ, ອຸດົມໄຊ ແລະ ໄຊຍະບູລີ. ເພື່ອທີ່ຈະສະໜັບສະໜູນ ການສ້າງລາຍລະອຽດ ເອກະສານ ER-PD, ປະເທດ ມີເຈດຈໍານົດ ທີ່ຈະພັດທະນາ ຫົກ ແຜນປະຕິບັດງານ REDD+ ຂັ້ນແຂວງ (PRAP) ຊຶ່ງຈະທໍາໜ້າທີ່ ເປັນສະເໝືອນ ກອບວຽກ ຜ່ານທາງ which national policies, strategies and action plans ສໍາລັບ REDD+ ຈະຖືກລວມໃສ່ໃນ ແຜນຂັ້ນທ້ອງຖີ່ນ ເພື່ອຊີ້ນໍາ ການຈັດຕັ້ງປະຕິບັດຂອງເຂົາເຈົ້າ. ພວກມັນ ຈໍາເປັນຈະຕ້ອງ ໄປຕາມລວງດຽວ ກັບ ແຜນພັດທະນາລະດັບຊາດ, ແຂວງ ແລະ ເມືອງ ແລະ ຍຸດທະສາດ ແລະ ແຜນຂອງຂະແໜງການ ໃນຄະນະທີ່ຍັງ ສະແດງ ການເຊື່ອມໂຍງໂດຍກົງ ກ່ຽວກັບ ວິທີ ທີ່ເຂົາເຈົ້າ ຈະແກ້ໃຂ ສາເຫດຕົ້ນຕໍ ຂອງການທໍາລາຍ ແລະ ການເຮັດໃຫ້ປ່າໄມ້ເສື່ອມໂຊມ ຢູ່ໃນແຂວງ. ໂຄງການ CliPAD ສະໜັບສະໜູນ ຫ້ອງການ REDD+ ຂັ້ນແຂວງ ໃນການສ້າງ 3 ໃນຈໍານວນ ຫົກແຜນປະຕິບັດງານ REDD+ ຂັ້ນແຂວງ ຄື: ແຂວງຫົວພັນ, ໄຊຍະບູລີ ແລະ ຫຼວງນໍ້າທາ.

ການເຂົ້າເຖີງ ການເງິນດິນຟ້າອາກາດ

ໂຄງການ CliPAD ສະໜັບສະໜູນ ລັດຖະບານລາວ ໃນການເຂົ້າເຖີງ ການເງິນດິນຟ້າອາກາດ. ໂຄງການເລັງໃສ່ ພັດທະນາ ບົດສະເໜີໂຄງການ ທີ່ຈະຖືຍື່ນຫາ ກອງທຶນດິນຟ້າອາກາດສີຂຽວ (GCF) ເພື່ອສະໜອງທຶນ ແກ່ ການຈັດຕັ້ງປະຕິບັດ ຫົກ ແຜນປະຕິບັດງານ REDD+ ຂັ້ນແຂວງ ທີ່ຖືກສ້າງຂຶ້ນພາຍໃຕ້ ຫົກແຂວງແຜນງານຫຼຸດຜ່ອນການປ່ອຍອາຍພິດ. ນອກຈາກນັ້ນ, ໂຄງການຍັງປະສານສົມທົບ ກັບ ກົມຄຸ້ມຄອງໄພພິບັດ ແລະ ການປ່ຽນແປງດິນຟ້າອາກາດ (DDMCC) ພາຍໃນຂອບເຂດ ຂອງການເຄື່ອນໄຫວໃນຂົຂດນີ້. ໂຄງການ CliPAD ສະໜັບສະໜູນ ເຈົ້າໜ້າທີ່ລະດັບຊາດ ທີ່ຖືກແຕ່ງຕັ້ງ (NDA) ໃຫ້ພົວພັນ ກັບ ກອງທຶນດິນຟ້າອາກາດ ສີຂຽວ ໃນດ້ານການສ້າງຄວາມອາດສາມາດ ແລະ ການສ້າງຄວາມເຂັ້ມແຂງແກ່ສະຖາບັນການຈັດຕັ້ງ ຜ່ານທາງ ຊ່ຽວຊານຮອບດ້ານ.

ການຄຸ້ມຄອງຈັດສັນປ່າໄມ້ບ້ານ

ໂຄງການ CliPAD ສະໜັບສະໜູນ ລັດຖະບານລາວ ຢູ່ແຂວງຫົວພັນ ການສະໜອງ ສິ່ງຈູງໃຈ ແກ່ ບັນດາຊຸມຊົນທ້ອງຖິ່ນ ເພື່ອເຂົ້າຮ່ວມໃນ ຄວາມພະຍາຍາມ ຄຸ້ມຄອງຈັດສັນ ແລະ ອະນຸລັກປ່າໄມ້ ໃນພື້ນທີ່ປ່າໄມ້ບ້ານ.
ໂດຍປະສານສົມທົບ ກັບ ບ້ວງການເງິນ, ໂຄງການ CliPAD ກໍາລັງສະໜັບສະໜູນ ເຈົ້າໜ້າທີ່ປ່າໄມ້ ແຂວງ ແລະ ເມືອງ ໃນການພັດທະນາ ແລະ ຈັດຕັ້ງປະຕິບັດ ການຄຸ້ມຄອງຈັດສັນປ່າໄມ້ບ້ານ (VFM) ໃນ 70 ບ້ານເປົ້າໝາຍ ໃນສອງເມືອງ ຂອງແຂວງຫົວພັນ. ການຄຸ້ມຄອງຈັດສັນປ່າໄມ້ບ້ານ ກວມເອົາ ການປົກປັກຮັກສາ ແລະ ນໍາໃຊ້ ທຸກປະເພດປ່າໄມ້ບ້ານ ແບບຍືນນານ ຕາມທີ່ ອະນຸຍາດຈາກ ລະບຽບການທີ່ມີຢູ່ແລ້ວ. ໂດຍການຮ່ວມມືກັນຢ່າງໃກ້ຊິດ ກັບ ອໍານາດການປົກຄອງເມືອງ ທີ່ກ່ຽວຂ້ອງ, ສັນຍາວ່າດ້ວຍການຄຸ້ມຄອງຈັດສັນປ່າໄມ້ບ້ານ (VilFoMA) ກໍາລັງຖືກສ້າງຂຶ້ນ ຜ່ານທາງ ຂະບວນການ ສ້າງຄວາມເຫັນດີເຫັນພ້ອມແບບອິດສະຫຼະ ໂດຍໄດ້ຮັບການລາຍງານລ່ວງໜ້າ (FPIC). ໂຄງການ ໄດ້ພັດທະນາ ບົດແນະນໍາວ່າດ້ວຍການຄຸ້ມຄອງຈັດສັນປ່າໄມ້ບ້ານ ແລະ ຄູ່ມື ກ່ຽວກັບ ການຈັດຕັ້ງປະຕິບັດ ບັນດາກິດຈະກໍາທີ່ກ່ຽວຂ້ອງກັບ ການຄຸ້ມຄອງຈັດສັນປ່າໄມ້, ທີ່ຕອບສະໜອງ ແກ່ ການສ້າງບົດແນະນໍາແຫ່ງຊາດ ກ່ຽວກັບ ປ່າໄມ້ບ້ານ ໃນປັດຈຸບັນ. ພາຍໃຕ້ ອົງປະກອບນີ້, ພະແນກປ່າໄມ້ບ້ານ ແລະ ເຄື່ອງປ່າຂອງດົງ ທີ່ຢູ່ພາຍໃຕ້ ກົມປ່າໄມ້ (DoF) ຍັງໄດ້ຮັບການແນະນໍາ ກ່ຽວກັບ ການປັບປຸງ ການປະສານງານ ແລະ ການນໍາໃຊ້ ແນວທາງປະຕິບັດທີ່ແຕກຕ່າງກັນ ຕໍ່ການຄຸ້ມຄອງຈັດສັນປ່າໄມ້ ຢູ່ລາວ.

Comments are closed.