ກ່ຽວກັບ GIZ

ປ່າໄມ້ ເປັນອ່າງເກັບກາກບອນ ທີ່ສໍາຄັນ. ຢູ່ທົ່ວໂລກ, ມີປ່າໄມ້ ປະມານ 13 ລ້ານເຮັກຕາ ຖືກທໍາລາຍ ໃນແຕ່ລະປີ, ພາໃຫ້ເກີດການປ່ອຍອາຍເຮືອນແກ້ວ ເປັນຈໍານວນມະຫາສານ. ການຫຼີກລ້ຽງ ການທໍາລາຍປ່າໄມ້ ແລະ ການເຮັດໃຫ້ປ່າໄມ້ເສື່ອມໂຊມ ສາມາດສ້າງການປະກອບສ່ວນທີ່ສໍາຄັນ ເພື່ອຫຼຸດຜ່ອນການປ່ອຍອາຍເຮືອນແກ້ວ ແລະ ຫຼຸດຜ່ອນການປ່ຽນແປງ.

ປະເທດລາວ ເປັນປະເທດ ທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ ເຊັ່ນ: ນໍ້າ, ແຮ່ທາດ ແລະ ປ່າໄມ້. ໃນຂະນະທີ່ມັນຍັງເປັນໜຶ່ງ ໃນຈໍານວນປະເທດ ທີ່ມີອັດຕາການປົກຫຸ້ມຂອງປ່າໄມ້ ທີ່ສູງທີ່ສຸດ ໃນແຜ່ນດິນໃຫຍ່ ຂອງຂົງເຂດອາຊີຕາເວັນອອກສຽງໃຕ້ (47 ເປີເຊັນ), ແຕ່ແນວໃດກໍຕາມ, ປ່າໄມ້ ໄດ້ຫຼຸດໜ້ອຍຖອຍລົງ ຢ່າງໄວວາ ໃນທົດສະວັດ ວ່າງບໍ່ດົນມານີ້, ຊຶ່ງໄດ້ຫຼຸດລົງຈາກປະມານ 70 ເປີເຊັນ ຂອງເນື້ອທີ່ດິນທັງໝົດ ໃນກາງຊຸມປີ 1960.

ໃນບັນດາສາເຫດ ຂອງການສູນເສຍປ່າໄມ້ ແມ່ນການຕັດໄມ້ ແບບບໍ່ຍືນຍົງ, ການເຮັດໄຮ່ເລື່ອນລອຍ ແລະ ການພັດທະນາພື້ນຖານໂຄງລ່າງ. ຜົນກະທົບ ຂອງມັນປະກອບມີ ການປ່ອຍອາຍເຮືອນແກ້ວ (GHG) ອອກຢ່າງກວ້າງຂວາງ , ການສູນເສຍຊີວະນາໆພັນ, ການມີຜະລິດຕະຜົນປ່າໄມ້ ທີ່ໜ້ອຍລົງ ແລະ ການຫຼຸດລົງ ຂອງຜົນປະໂຫຍດດ້ານສິ່ງແວດລ້ອມທີ່ປ່າໄມ້ສະໜອງໃຫ້ (ການປ້ອງກັນນໍ້າ ແລະ ດິນ, ແລະ ອື່ນໆ). ປະຊາຊົນທີ່ໄດ້ຮັບຜົນກະທົບຮ້າຍແຮງທີ່ສຸດ ຈາກການພັດທະນາເຫຼົ່ານີ້ ແມ່ນຜູ້ທີ່ຢູ່ໃນກຸ່ມຄົນ ທີ່ທຸກຍາກທີ່ສຸດ ໃນສັງຄົມລາວ, ໂດຍສະເພາະແມ່ຍິງ ແລະ ປະຊາຊົນບັນດາເຜົ່າ ທີ່ອາໄສປ່າໄມ້ອັນແສນບໍ່ລິສຸດ ເພື່ອການດຳລົງຊີວິດ ຂອງພວກເຂົາ.

ຄໍາວ່າ REDD ແມ່ນຫຍໍ້ມາຈາກ ການຫຼຸດຜ່ອນການປ່ອຍອາຍເຮືອນແກ້ວ ຈາກການທໍາລາຍປ່າໄມ້ ແລະ ການເຮັດໃຫ້ປ່າໄມ້ເສື່ອມໂຊມ. ມັນແມ່ນຄວາມພະຍາຍາມ ທີ່ຈະເອົາມູນຄ່າທາງການເງິນ ເຂົ້າໃສ່ໃນກາກບອນ ທີ່ຖືກເກັບໄວ້ ຢູ່ໃນປ່າໄມ້ ພ້ອມກັນນັ້ນ ກໍສະໜອງສິ່ງຈູງໃຈ ແກ່ ປະເທດທີ່ກໍາລັງພັດທະນາ ໃນການຫຼຸດຜ່ອນການປ່ອຍອາຍເຮືອນແດ້ວ ຂອງເຂົາເຈົ້າ ຈາກທີ່ດິນປ່າໄມ້ ແລະ ລົງທຶນໃສ່ໃນຊ່ອງທາງກາກບອນຕໍ່າ ໄປສູ່ການພັດທະນາແບບຍືນນານ. REDD+ ແມ່ນມີຫຼາຍກວ່າ REDD ຢ່າງດຽວ ໂດຍມີການລວມເອົາ ບົດບາດໃນການອະນຸລັກ, ການຄຸ້ມຄອງປ່າໄມ້ແບບຍືນຍົງ ແລະ ການເພີ່ມປະລິມານມວນທາດກາກບອນປ່າໄມ້. ເວົ້າໂດຍຫຍໍ້, ມັນກ່ຽວຂ້ອງກັບກິດຈະກຳຕ່າງໆ ໂດຍໃຊ້ແຮງຈູງໃຈໃນຮູບແບບເປັນເງິນ ແລະ ເປັນວັດຖຸ ເພື່ອຊຸກຍູ້ໃຫ້ປະຊາຊົນຢຸດເຊົາການຕັດໄມ້ທຳລາຍປ່າ.

ຈຸດປະສົງ

ຜູ້ມີສ່ວນກ່ຽວຂ້ອງ ໃນການອະນຸລັກປ່າໄມ້ (ປະຊາຊົນເຂດຊົນນະບົດ, ເຈົ້າໜ້າທີ່ປ່າໄມ້, ພາກເອກະຊົນ) ໄດ້ຮັບປະໂຫຍດ ຈາກເງື່ອນໄຂທີ່ໄດ້ຮັບການປັບປຸງ ສຳລັບການຄຸ້ມຄອງປ່າໄມ້ແບບຍືນຍົງ ແລະ ມາດຕະການ REDD+. ສິ່ງດັ່ງກ່າວນີ້ ໄດ້ຮັບການສະໜັບ ສະໜູນ ໂດຍນະໂຍບາຍ ແລະ ກອບການຈັດຕັ້ງ ທີ່ເໝາະສົມ, ແລະ ຍຸດທະສາດການຈັດຕັ້ງປະຕິບັດເບື້ອງຕົ້ນ ໃນລະດັບຊາດ ແລະ ລະດັບທ້ອງຖີ່ນ.

ແນວທາງປະຕິບັດ
ໂຄງການ ‘ປ້ອງກັນດິນຟ້າອາກາດ ໂດຍຫລີກລ້ຽງການທຳລາຍປ່າໄມ້ ໄດ້ຖືກເປີດຕົວໃນປີ 2009 ເພື່ອຊ່ວຍສະໜັບ ລັດຖະບານລາວ ໃນການສ້າງຄວາມພ້ອມ ແກ່ຂະບວນການ REDD+ ໃນລະດັບຊາດ ແລະ ລະດັບທ້ອງຖີ່ນ. ຢູ່ໃນແຜນງານ, GIZ ໃຫ້ຄຳແນະນຳ ດ້ານນະໂຍບາຍ ແລະ ມາດຕະການພັດທະນາຄວາມສາມາດ ເພື່ອສະໜັບສະໜູນ ການສ້າງກອບວຽກ REDD+ ຢູ່ຂັ້ນສູນກາງ ແລະ ຂັ້ນແຂວງ ລວມທັງຂະບວນການວາງແຜນ REDD+. ມັນເປັນການທົດສອບ ການຫຼຸດຜ່ອນ ໃນລະດັບທ້ອງຖິ່ນ ຢູ່ສອງເມືອງ ໃນແຂວງຫົວພັນ, ແລະ ນອກຈາກນັ້ນ ກຳລັງພັດທະນາກົນໄກ REDD+ ທີ່ເນັ້ນໃສລົບລ້າງຄວາມທຸກຍາກ ແລະ ຕົວແບບການສະໜອງເງິນແບບຍືນຍົງ. GIZ ກໍາລັງຮ່ວມມື ຢ່າງໃກ້ຊິດ ກັບ ອົງປະກອບການເງິນ ຂອງແຜນງານ ທີ່ໄດ້ຮັບທຶນ ຈາກ ລັດທະບານ ແຫ່ງປະເທດເຢຍລະມັນ ຜ່ານ ທະນາຄານພັດທະນາ KfW.

ການທີ່ຖືກຈັດຕັ້ງປະຕິບັດ ໂດຍກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ກະຊວງກະສິກຳ ແລະ ປ່າໄມ້ ຂອງລາວ, ແຜນງານ ແມ່ນເປັນໜຶ່ງ ໃນຈໍານວນແຜນງານທຳອິດໃນລາວ ທີ່ແນະນຳ ວຽກງານ REDD+. ໃນຂະນະທີ່ປະເທດເຢຍລະມັນ ແມ່ນເປັນໜຶ່ງໃນຈໍານວນຜູ້ສະໜອງຈິ່ງຈູງໃຈຫຼັກ ແບບທະວີພາຄີ ພາຍໃນຂອງເຂດ ຂອງວຽກງານ REDD+, ເງິນທີ່ມາຈາກກົນໄກຕາຜົນງານ ຄາດວ່າ ໃນຕອນທ້າຍ ຈະມາປ່ຽນແທນ ການສະໜັບສະໜູນນີ້.

ຜົນໄດ້ຮັບທີ່ໄດ້ບັນລຸ ຈົນຮອດປັດຈຸບັນ

ຂະບວນການ REDD+ ຕ້ອງການໃຫ້ມີຄວາມພະຍາຍາມຢ່າງໃຫຍ່ຫຼວງໃນເບື້ອງຕົ້ນ ເພື່ອສ້າງກອບວຽກ ທີ່ຈຳເປັນ ກ່ອນທີ່ມັນຈະສາມາດເລີ່ມຕົ້ນປະກອບສ່ວນ ເຂົ້າໃນການຫຼຸດຜ່ອນການປ່ອຍອາຍເຮືອນແກ້ວ. ແຜນງານ GIZ ໄດ້ປະກອບສ່ວນເຂົ້າໃນການກຽມຄວາມພ້ອມ ຂອງປະເທດລາວ ສຳລັບກົນໄກ REDD+ ໃນຫລາຍໆດ້ານ:

  • ການສຶກສາເສັ້ນທຽບຖານ ກ່ຽວກັບ ສະຖານະພາບປັດຈຸບັນ ຂອງ ປ່າໄມ້ ຢູ່ລາວ ໄດ້ສໍາເລັດລົງ, ຊຶ່ງລວມມີ ການປະເມີນ ຄວາມເປັນໄປໄດ້ທາງດ້ານວິຊາການ ແລະ ດ້ານການເງິນ ຂອງ ເຣດ+ ແລະ ການສຶກສາລາຍລະອຽດ ກ່ຽວກັບ ສາເຫດ ຂອງການທໍາລາຍ ແລະ ການເຮັດໃຫ້ປ່າໄມ້ເສື່ອມໂຊມ ຢູ່ແຂວງຫົວພັນ.
  • ການສະໜັບສະໜູນ ໄດ້ຖືກສະໜອງ ໃນຮູບແບບ ຂອງ ມາດຕະການສ້າງຄວາມອາດສາມາດ ສໍາລັບ ສ້າງຕັ້ງ ສະຖາບັນເຣດ+ ທັງໃນລະດັບຊາດ ແລະ ລະດັບທ້ອງຖິ່ນ.
  • ຄະນະຊີ້ນໍາ ເຣດ+ ແຫ່ງຊາດ ລວມທັງ ຫ້ອງການ ເຣດ+ ແລະ ພະແນກເຣດ+ ໄດ້ເລີ້ມເຄື່ອນໄຫວວຽກງານ ຂອງຕົນ.
  • ຫົກໜ່ວຍງານສະເພາະດ້ານ ເຣດ+ ໄດ້ຖືກສ້າງຕັ້ງຂຶ້ນ.
  • ການສະໜັບສະໜູນ ໄດ້ຖືກສະໜອງໃຫ້ແກ່ ຂະບວນການປັບປຸງກົດໝາຍປ່າໄມ້ ເພື່ອສ້າງກອບນິຕິກໍາ ສໍາລັບ ເຣດ+. ຢູ່ໃນນີ້, ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແມ່ນເປັນອົງການຈັດຕັ້ງທີ່ເປັນເຈົ້າການ ໂດຍຮັບຜິດຊອບ ຕໍ່ ວຽກງານ ເຣດ+ ແລະ ກອບນະໂຍບາຍໂດຍລວມ.
  • ການປະເມີນຄວາມຈໍາເປັນ ແລະ ແຜນພັດທະນາຊັບພະຍາກອນມະນຸດ ໄດ້ສໍາເລັດ ເພື່ອທີ່ຈະ ກໍານົດ ຄວາມຕ້ອງການ ທາງດ້ານຄວາມອາດສາມາດ ຢູ່ໃນຂະແໜງປ່າໄມ້. ກົມທັງໝົດ ທີ່ໄດ້ເຂົ້າຮ່ວມໃນ ບັນຫາທີ່ກ່ຽວຂ້ອງກັບປ່າໄມ້ (ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ກະຊວງກະສິກໍາ ແລະ ປ່າໄມ້) ໄດ້ປະກອບສ່ວນເຂົ້າໃນນີ້.
  • ການສ້າງ ໂຄງປະກອບການຈັດຕັ້ງ ເຣດ+ ຢູ່ແຂວງຫົວພັນ ໄດ້ເລີ້ມຕົ້ນຂຶ້ນ, ເນື່ອງຈາກມີ ຂໍ້ກໍານົດ ກ່ຽວກັບ ການຝຶກອົບຮົມແບບພິເສດ ກ່ຽວກັບ REDD+ ໃຫ້ແກ່ພະນັກງານ ຂອງຄູ່ຮ່ວມງານ (ກົມວິຊາການ ຂອງ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ກະຊວງກະສິກໍາ ແລະ ປ່າໄມ້).    
  • ຄະນະຮັບຜິດຊອບ ແລະ ຫ້ອງການເຣດ+ ຂັ້ນແຂວງ ໄດ້ຖືກສ້າງຕັ້ງຂຶ້ນ ດ້ວຍການສະໜັບສະໜູນ ຂອງ ໂຄງການ CliPAD.
  • ແຜນງານ ໄດ້ດໍາເນີນ ຫຼັກສູດການຝຶກອົບຮົມ ແລະ ໄດ້ພັດທະນາ ແນວຄວາມຄິດ ແລະ ຂັ້ນຕອນ ສໍາລັບ ສ້າງຕັ້ງ ລະດັບການປ່ອຍອາຍພິດທຽບຖານ (ໃຫ້ເປັນເສັ້ນທຽບຖານ ສໍາລັບ ເຣດ+). ນອກຈາກນັ້ນ ມັນຍັງໄດ້ ສ້າງ ລະບົບ ການຕິດຕາມ, ລາຍງານ ແລະ ພິສູດຢັ້ງຢືນ ໃນລະດັບສູນກາງ ແລະ ທ້ອງຖິ່ນ.
  • ແຜນທີ່ ເສັ້ນທຽບຖານ ຄວາມປົກຫຸ້ມປ່າໄມ້  ໄດ້ຖືກແຕ້ມຂຶ້ນ ແລະ ການປະເມີນຊີວະມວນສານ ໄດ້ສໍາເລັດ ສໍາລັບ ການຄິດໄລ່ ການຫຼຸດຜ່ອນ ການປ່ອຍອາຍພິດ ຕາມຄວາມເປັນໄປໄດ້ ຈາກ ການທໍາລາຍປ່າໄມ້ ຢູ່ແຂວງຫົວພັນ.
  • ໂດຍການຮ່ວມມື ຢ່າງໃກ້ຊິດ ກັບ ຄູ່ຮ່ວມງານ, ແຜນງານ ໄດ້ສ້າງແນວຄວາມຄິດ ທີ່ມີບົດແນະນໍາ ແລະ ສິ່ງຕ່າງໆ ສໍາລັບ ຈັດຕັ້ງປະຕິບັດ ແນວທາງປະຕິບັດ FPIC (ຄວາມເຫັນດີເຫັນພ້ອມ ແບບອິດສະຫຼະ ໂດຍມີການລາຍງານໃຫ້ຮູ້ລ່ວງໜ້າ). ສິ່ງດັ່ງກ່າວນີ້ ຈະເປັນສິ່ງທີ່ຮັບປະກັນ ການມີສ່ວນຮ່ວມ ຢ່າງຕັ້ງໜ້າ ຂອງ ບັນດາຊຸມຊົນທ້ອງຖີ່ນ ໃນມາດຕະການຫຼຸດຜ່ອນ ຂອງ ເຣດ+ ຜ່ານທາງ ສັນຍາຄຸ້ມຄອງຈັດສັນປ່າໄມ້ບ້ານ.
  • ບົດແນະນໍາ ກ່ຽວກັບ ການວາງແຜນຄຸ້ມຄອງຈັດສັນປ່າໄມ້ບ້ານ ໄດ້ຖືກພັດທະນາຂຶ້ນ ຮ່ວມກັບ ພະນັກງານເມືອງ, ແຂວງ ແລະ ສູນກາງ.
  • ແນວຄວາມຄິດສໍາລັບ ສັນຍາການຄຸ້ມຄອງຈັດສັນປ່າໄມ້ບ້ານ ໄດ້ຖືກສ້າງຂຶ້ນ, ຊຶ່ງວ່າ ເປັນພື້ນຖານ ສໍາລັບ ຫຼັກການປະຕິບັດ ໃນການຄຸ້ມຄອງຈັດສັນ ແບບຍືນນານ ທີ່ຈະເຮັດໃຫ້ຊາວບ້ານ ໄດ້ຮັບຜົນປະໂຫຍດ ທາງດ້ານການເງິນ ຈາກ ຄວາມພະຍາຍາມ ຂອງເຂົາເຈົ້າ ເພື່ອປົກປ້ອງ ປ່າໄມ້ ແລະ ຫຼຸດຜ່ອນການປ່ອຍອາຍພິດ. ສິ່ງດັ່ງກ່າວນີ້ ຄໍານຶງເຖີງ ການປົກປ້ອງທີ່ຈໍາເປັນ ລວມທັງ ແນວທາງປະຕິບັດ FPIC.
  • ກິດຈະກໍາ ການຫຼຸດຜ່ອນ ໄດ້ຖືກແນະນໍາ ເຊັ່ນວ່າ ການບັງຄັບກົດໝາຍປ່າໄມ້ ແລະ ມາດຕະການສົ່ງເສີມກະສິກໍາ ຢູ່ໃນບ້ານທົດລອງທີ່ຖືກເລືອກ. ໃນຄະນະນີ້, ແນວທາງປະຕິບັດ FPIC ໄດ້ຖືກດໍາເນີນ ຢູ່ ຫຼາຍບ້ານ, ດັ່ງນັ້ນ ຈິ່ງຮັບປະກັນວ່າ ຊຸມຊົນທ້ອງຖິ່ນ ຮັບຮູ້ ຄວາມໝາຍ ຂອງ ເຣດ+ ແລະ ຄວາມເຫັນດີເຫັນພ້ອມ ຕໍ່ ການຈັດຕັ້ງປະຕິບັດ ຂອງມັນ.
  • ຢູ່ຫຼາຍບ້ານທົດລອງ ໃນສອງເມືອງ ຂອງ ແຂວງຫົວພັນ, ແຜນ ແລະ ສັນຍາ ຄຸ້ມຄອງຈັດສັນປ່າໄມ້ບ້ານ ໄດ້ສໍາເລັດ.
  • ແຜນງານ ໄດ້ສະໜອງ ການສະໜັບສະໜູນ ແກ່ ການກະກຽມ ເອກະສານແນວຄວາມຄິດ ແຜນງານຫຼຸດຜ່ອນການປ່ອຍອາຍພິດ (ER-PIN), ຊຶ່ງກວມ ຫົກແຂວງ ພາກເໜືອ ຂອງລາວ, ຊຶ່ງລວມມີ ແຂວງຫົວພັນ. ນັບຕັ້ງແຕ່ນັ້ນມາ, ສິ່ງດັ່ງກ່າວນີ້ ໄດ້ຖືກຕອບຮັບ ເຂົ້າໃສ່ໃນແຜນ ຂອງ ກອງທຶນກາກບອນ FCPF ຂອງທະນາຄານໂລກ.
  • ໂຄງການ CliPAD ໄດ້ສະໜັບສະໜູນ ແຂວງຫົວພັນ ໃນການກະກຽມ ແຜນປະຕິບັດງານ ເຣດ+ ຂັ້ນແຂວງ (PRAP) ທີ່ກໍານົດ ນະໂຍບາຍ, ການເຄື່ອນໄຫວ ແລະ ມາດຕະການ (PAM) ເພື່ອຫຼຸດຜ່ອນ ການປ່ອຍອາຍພິດ ຈາກການທໍາລາຍ ແລະ ການເຮັດໃຫ້ປ່າໄມ້ເສື່ອມໂຊມ ລວມທັງ ການຄຸ້ມຄອງຈັດສັນມວນທາດກາກບອນປ່າໄມ້ ແບບຍືນນານ.

ບົດບາດຍິງຊາຍ ແລະ ຊັບພະຍາກອນທໍາມະຊາດ:

ໃນຄະນະທີ່ ແຜນງານ ‘ປ້ອງກັນດິນຟ້າອາກາດ ໂດຍຫຼີກລ້ຽງການທໍາລາຍປ່າໄມ້’ (CliPAD) ຂອງພວກເຮົາ ສະໜັບສະໜູນ ຊຸມຊົນທ້ອງຖີ່ນ ຢູ່ແຂວງຫົວພັນ ໃນການສ້າງ ຫຼັກການປະຕິບັດ ການຄຸ້ມຄອງຊັບພະຍາກອນທໍາມະຊາດ ແບບຍືນນານ ພ້ອມທັງ ສ້າງ ຊ່ອງທາງ ໄປຫາແຫຼງລາຍຮັບທີ່ເປັນທາງເລືອກ, ການລວມເອົາ ບົດບາດຍິງຊາຍ ເຂົ້າໃນກິດຈະກໍາເຫຼົ່ານີ້ ເປັນການຮັບປະກັນວ່າ ແມ່ຍິງ ໄດ້ຮັບ ຄວາມຮູ້ເທົ່າທຽມກັນ ກ່ຽວກັບ ຫຼັກການປະຕິບັດເຫຼົ່ານີ້. ແມ່ຍິງ ຢູ່ໃນບ້ານເປົ້າໝາຍ ຖືກຊຸກຍູ້ ຢ່າງເຕັມທີ່ ເພື່ອໃຫ້ເຂົ້າຮ່ວມ ເປັນສະມາຊິກ ຂອງກິດຈະກໍາໂຄງການ. ສິ່ງດັ່ງກ່າວນີ້ ແມ່ນເພື່ອຮັບປະກັນວ່າ ເຂົາເຈົ້າ ໄດ້ຮັບການລາຍງານ ເປັນຢ່າງດີ ແລະ ມີສິດເທົ່າທຽມກັນ ກັບຜູ້ຊາຍ. ຖ້າເວົ້າສະເພາະແລ້ວ, ຜ່ານທາງ ການຄຸ້ມຄອງຈັດສັນປ່າໄມ້ ແບບຍືນນານ, ໂຄງການ ສົ່ງຜົນໂດຍກົງ ຕໍ່ ວິທີການ ທີ່ແມ່ຍິງ ເກັບກູ້ ເຄື່ອງປ່າຂອງດົງ ແລະ ໄມ້ເຮັດພື້ນ. ໂດຍມີການຮ່ວມມືກັນ ຢ່າງໃກຊິດ ລະຫວ່າງ ບ້ວງ FC ແລະ TC, ໂຄງການ CliPAD ຍັງສະໜັບສະໜູນ ກອງທຶກນພັດທະນາບ້ານ ທີ່ສາມາດ ເຂົ້າເຖີງ ໂດຍແມ່ຍິງ ເພື່ອສະໜອງເງິນ ແກ່ ກິດຈະກໍາ ຂອງເຂົາເຈົ້າ, ເຊັ່ນ ເງິນກູ້ ສໍາລັບ ຕໍາຫູກທໍຜ້າ. ທັງໝົດເຫຼົ່ານີ້ ສະແດງໃຫ້ເຫັນວ່າ ບົດບາດຍິງຊາຍ ແມ່ນມີຄວາມສໍາຄັນ ສໍາບັບ ການຄຸ້ມຄອງຈັດສັນຊັບພະຍາກອນປ່າໄມ້.

Comments are closed.